- Research Article
- 10.71026/sj.2026.01008
ອງປະກອບສະພາບແວດລອມທສາງຂນ ແລະ ເຕກນກການຮຽນຮຕະຫອດຊວດສຳລບນກສກສາຄະນະສະຖາປດຕະຍະກຳສາດ: ມມມອງດານສລະປະສາທາລະນະ
- Mar 20, 2026
- ວາລະສານ ວິທະຍາສາດທຳມະຊາດ
- Sinthavone Daravong + 4 more +4
ອົງປະກອບສະພາບແວດລ້ອມທີ່ຖືກສ້າງຂຶ້ນບໍ່ວ່າຈະຢູ່ໃນເງື່ອນໄຂຕົວເມືອງ ຫຼື ຊົນນະບົດແມ່ນ ເປັນສິ່ງທີ່ ສະທ້ອນໃຫ້ເຫັນເຖິງຂະບວນການພັດທະນາຂອງພື້ນທີ່ເມືອງນັ້ນໆ.ໃນທິດທາງຜູ້ອອກແບບ ເຊິ່ງເປັນຜູ້ສ້າງສັນ ວຽກງານການອອກແບບດ້ານສະພາບແວດລ້ອມໃຫ້ໜ້າຢູ່ ແລະ ສວຍງາມນັ້ນຍັງ ເປັນວຽກທີ່ຄວນພິຈາລະນາ ຢ່າງຖີ່ຖ້ວນ.ໃນບົດຄົ້ນຄວ້ານີ້ຈຶ່ງມີຄວາມມຸ້ງຫວັງທີ່ຈະອະທິບາຍໃຫ້ເຫັນ ເຖິງປັດໄຈ ແລະ ຄວາມສຳພັນຂອງການ ຮຽນຮູ້ຢ່າງຕໍ່ເນື່ອງຕະຫຼອດຊີວິດຂອງນັກສຶກສາໃນສາຂາການອອກແບບແລະຄວາມ ຮັບຮູ້ດ້ານສິ່ງ ແວດລ້ອມ ທີ່ຖືກສ້າງຂຶ້ນໂດຍຍົກໃຫ້ເຫັນເຖິງສະພາບແວດ ລ້ອມທີ່ສ້າງຂຶ້ນປະເພດ ສິລະປະສາທາລະນະ. ການເກັບກຳຂໍ້ມູນນີ້ ແມ່ນໄດ້ໃຊ້ວິທີການມີສ່ວນຮ່ວມ ຂອງ ນັກສຶກສາຈຳ ນວນ 30ຄົນ ເຊິ່ງຈັດເປັນ5ກຸ່ມໃນສາຂາອອກແບບທີ່ແຕກຕ່ງກັນ ເຂົ້າໃນການ ອອກແບບ ແລະ ຂຶ້ນຫຸ່ນຈຳລອງໃນສາມຮູບແບບທີ່ແຕກຕ່າງກັນຄື: ການວາດພາບດ້ວຍມື, ການແຕ້ມຮູບດ້ວຍ ໂປຣແກຣມຄອມພິວເຕີ້, ແລະ ການສ້າງຫຸ່ນຈຳລອງ. ຜົນຂອງການວິເຄາະຈາກດ້ານສະຖິຕິ ພັນລະນາ, ການສັງເຄາະ ແລະ ການວິເຄາະແບບຕົວໜັງສືດ້ວຍໂປຣແກຣມທາງສະຖິຕິສະແດງ ໃຫ້ເຫັນວ່ານັກສຶກສາ ໄດ້ຮັບຮູ້ດ້ານສັດ ສ່ວນ ແລະ ອົງປະກອບສົມຈິງດ້ານ ການອອກແບບແລະມີທ່າ ແຮງໃນຂະບວນການຮຽນຮູ້ ຕະຫຼອດຊີວິດຈາກການສ້າງຫຸ່ນຈຳລອງຫຼາຍກວ່າແບບອື່ນ. ການຄົ້ນຄວ້າໃນຮູບແບບນນີ້ຍັງສາ ມາດເຮັດໃຫ້ນັກສຶກສາ ຮັບຮູ້ເຖິງອົງປະກັບສັດສ່ວນດ້ານໂຄງສ້າງເພື່ອປັບໃຊ້ເປັນຄວາມເຂົ້າໃຈຕໍ່ກັບຂະບວນດານຮຽນຮູ້ຕະ ຫຼອດຊີວິດໃນອະນາຄົດ.
Read more